ຄຳກ່າວຂອງປະທານ

–    ບັນດາ ທ່ານ ແຂກທີ່ມີກຽດ, ທ່ານຍິງ, ທ່ານຊາຍ ທີ່ ນັບຖື ແລະ ຮັກແພງ.

      ຂ້າພະເຈົ້າ ໃນນາມປະທານ ມູນນິທິ “ສົ່ງເສີມການຮຽນຮູ້ວິທະຍາສາດ ແລະ ພຶກສາສາດ” ທັງເປັນ

      ຜູ້ອຳນວຍການໃຫຍ່ “ສວນວິທະຍາສາດ ແລະ ພຶກສາສາດ” ມີຄວາມຮູ້ສຶກເປັນກຽດ ແລະ ມີຄວາມພາກພູມໃຈເປັນຢ່າງຍິ່ງ ຂໍລາຍງານຫຍໍ້ກ່ຽວກັບຄວາມເປັນມາການສ້າງ ແລະ ພັດທະນາ “ສວນວິທະຍາສາດ ແລະ ພຶກສາສາດ” ທີ່ຕັ້ງຢູ່ ບ້ານຫ້ວຍໂຄ້ງ, ເມືອງແກ້ວອຸດົມ, ແຂວງວຽງຈັນມ, ສປປ ລາວ.

      ການສ້າງ ແລະ ພັດທະນາສວນດັ່ງກ່າວນີ້, ແມ່ນສືບເນື່ອງມາຈາກວ່າ: ຂ້າພະເຈົ້າເຫັນໄດ້ຄວາມສຳຄັນໃນການສົ່ງເສີມໃຫ້ຊາວໜຸ່ມ ນັກຮຽນ ນັກສຶກສາລາວເຮົາ ແລະ ຜູ້ທີ່ມີຄວາມສົນໃຈ ໄດ້ມີບ່ອນສືບຕໍ່ ສຶກສາຄົ້ນຄວ້າ ທັງໄດ້ສຳຜັດກັບຕົວຈິງທາງດ້ານວິທະຍາສາດ, ດາລາສາດ ແລະ ພຶກສາສາດ. ຂ້າພະເຈົ້າຈຶ່ງໄດ້ມີໂອກາດພົບປະສົນທະນາປຶກສາຫາລືກັບ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ; ໂດຍໄດ້ຕົກລົງເຫັນດີຮ່ວມມືກັນເພື່ອສ້າງ ແລະ ພັດທະນາ “ສວນວິທະຍາສາດ ແລະ ພຶກສາສາດ”. ທັງສອງຝ່າຍໄດ້ເຊັນສັນຍາຮ່ວມມືກັນ ລະຫວ່າງ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ກັບ ບໍລິສັດແອັດແລນຕິກອິນເຕີເນເຊິນແນວກຣຸບຈຳກັດຜູ້ດຽວ ໃນມື້ວັນທີ 07/8/2020. ປະຈຸບັນແມ່ນສືບຕໍ່ຮ່ວມມືກັບກະຊວງສຶກສາທິການ ແລະ ກິລາ ປ່ຽນແທນ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ທີ່ໄດ້ຖືກຍຸບເລີກໄປ.

      ພວກເຮົາໄດ້ເລີ້ມຕົ້ນການສ້າງ ແລະ ພັດທະນາ ສວນວິທະຍາສາດ ແລະ ພຶກສາສາດ ແຕ່ປີ 2019 ເປັນຕົ້ນມາ, ຈົນຮອດທ້າຍປີ 2023 ຈຶ່ງໄດ້ສຳເລັດການກໍ່ສ້າງພື້ນຖານບາງດ້ານເຊັ່ນ: ດ້ານວິທະຍາສາດ ດາລາສາດ: ໄດ້ສຳເລັດການກໍ່ສ້າງຫ້ອງທ້ອງຟ້າຈຳລອງທີ່ສາມາດບັນຈຸຜູ້ເຂົ້າຊົມແຕ່ລະຄັ້ງໄດ້ປະມານ 100 ຄົນ ແລະ ໄດ້ສຳເລັດການກໍ່ສ້າງຫໍຊົມດາວ, ຊຶ່ງໄດ້ເປີດທົດລອງໃຫ້ມວນຊົນເຂົ້າຊົມໄດ້ແລ້ວ. ດ້ານພຶກສາສາດ, ກໍໄດ້ລິເລີ້ມປູກພືດຊະນິດຕ່າງໆ, ນັບແຕ່ພືດຢືນຕົ້ນ, ພືດໃຫ້ໝາກ ຈົນຮອດການປູກພືດຜັກຊະນິດຕ່າງໆ ເພື່ອສະໜອງໃຫ້ເຮືອນຄົວລວມພາຍໃນສວນຂອງພວກເຮົາ. ນອກຈາກການປູກພືດໄມ້ຢືນຕົ້ນ, ໄມ້ໃຫ້ໝາກແລ້ວ, ພວກເຮົາຍັງມີແຜນການປູກທົດລອງພືດສະໝຸນໄພທີ່ເປັນຢາພື້ນເມືອງ, ປູກໄມ້ເອ້ປະດັບເຂດຮ້ອນ, ເຂດເອີຣົບ ບາງຊະນິດ ເພື່ອໃຫ້ຜູ້ທີ່ສົນໃຈ ແລະ ມີຄວາມຮູ້ຄວາມເຂົ້າໃຈໄດ້ມີບ່ອນສຶກສາຄົ້ນຄວ້າກ່ຽວກັບດ້ານພຶກສາສາດ.

      ສັງລວມໄດ້ວ່າ: ຈຸດປະສົງ ແລະ ເປົ້າໝາຍ ການສ້າງ ແລະ ພັດທະນາ ສວນວິທະຍາສາດ ແລະ ພຶກສາສາດ ຂອງພວກເຮົາ ແມ່ນເປັນສະຖານທີ່ອີກແຫ່ງໜຶ່ງ ເພື່ອສ້າງເງື່ອນໄຂໃຫ້ຊາວໜຸ່ມ ນັກຮຽນ ນັກສຶກສາລາວເຮົາ ລວມທັງຜູ້ທີ່ມີຄວາມສົນໃຈ  ແລະ ນັກທ່ອງທ່ຽວ ໄປທ່ຽວຊົມ ແລະ ໄດ້ມີບ່ອນສຶກສາ ຄົ້ນຄວ້າ, ຮຽນຮູ້ທາງດ້ານວິທະຍາສາດ, ດາລາສາດ ແລະ ພຶກສາສາດ ພາຍໃນສວນແຫ່ງນີ້.  ຊຶ່ງອາດສາມາດເວົ້າໄດ້ວ່າແມ່ນແຫ່ງທຳອິດຢູ່ ສປປ ລາວ ໃນເວລານີ້.

      ໃນໂອກາດນີ້, ຂ້າພະເຈົ້າຂໍສະແດງຄວາມຂອບໃຈມາຍັງທຸກທ່ານທີ່ໃຫ້ຄວາມສົນໃຈ, ໃຫ້ການສະໜັບສະໜູນ ແລະ ຫວັງວ່າຈະໄດ້ມີໂອກາດຕ້ອນຮັບບັນດາທ່ານເຂົ້າຢ້ຽມຊົມສວນພວກເຮົາໃນເວລາອັນໄກ້ນີ້.