ສວນວິທະຍາສາດ ແລະ ພຶກສາສາດເປັນຄວາມຄິດຂອງ ທ່ານ ພູວົງ ສຸ້ຍຍະວົງ ປະທານບໍລິສັດ ແອັດແລນຕິກ ອິນເຕີແນເຊີນແນວ ກຣູບ ຈໍາກັດຜູ້ດຽວ. ແລະ ເປັນການຮ່ວມມືກັນລະຫວ່າງ ກະຊວງວິທະຍາ ສາດ ແລະ ເຕັກໂນໂລຊີ ແລະ ບໍລິສັດ ແອັດແລນຕິກ ອິນເຕີແນເຊີນແນວ ກຣູບ ຈໍາກັດຜູ້ດຽວ ສ້າງຂື້ນກໍ່ເພື່ອນໍາເອົາແຫລ່ງຄວາມຮູ້ທາງດ້ານວິທະຍາສາດ-ດາລາສາດ, ເຕັກໂນໂລຊີ ແລະ ພຶກສາສາດ ທັງພາຍໃນ ແລະ ຕ່າງປະເທດ ໂດຍການຮັກສາຕາມ ຮູບແບບທີ່ເປັນເອກະລັກເດີມແບບປະສົມປະສານ ເຂົ້າມາໄວ້ໃນສະຖານ ທີ່ດຽວກັນ  ໃຫ້ກາຍເປັນສະຖານທີ່ສຶກສາຮຽນຮູ້, ຄົ້ນຄວ້າວິໃຈ ເພື່ອໃຫ້ນັກຮຽນ, ນັກສຶກສາ, ນັກວິທະຍາສາດ, ນັກຄົ້ນຄວ້າ ແລະ ບຸກຄົນທົ່ວໄປທີ່ມີຄວາມສົນໃຈສາມາດ ເຂົ້າເຖິງບັນດາຂໍ້ມູນໄດ້ຢ່າງຊັດເຈນ ແລະ ສະດວກສະບາຍ. ນອກຈາກນີ້ຍັງ ສ້າງເປັນແຫຼ່ງທ່ອງທ່ຽວແບບທໍາມະຊາດ, ທາງດ້ານສະຖາປະຕິຍະກໍາ ແລະ ເປັນບ່ອນເຕົ້າໂຮມເອົາບັນດາພຶກມາຈາກທົ່ວປະເທດ ແລະ ບັນດາປະເທດໃນໂລກ ເຊັ່ນ: ລາວ, ສະຫະພັນຣັດເຊຍ, ຣາສອານາຈັກໄທ, ຈີນ, ຫວຽດນາມ, ການາດາ, ອິຕາລີ, ຝຣັ່ງເສດ ເປັນຕົ້ນ.

          ໃນວັນທີ 11 ຕຸລາ 2019 ໄດ້ຈັດພິທີລົງນາມບົດບັນຄວາມເຂົ້າໃຈໃນໂຄງການກໍ່ສ້າງສວນວິທະຍາສາດ ແລະ ພຶກສາສາດ  ລະຫວ່າງ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ທີ່ສູນປະແຫ່ງຊາດ ຫຼັກ 6 ໂດຍຕ່າງໜ້າການລົງນາມບົດບັນທຶກດັ່ງກ່າວ ແມ່ນທ່ານຫົວໜ້າຫ້ອງການຫ້ອງການສະພາວິທະຍາສາດ ແຫ່ງຊາດ ຮ່ວມກັບ ທ່ານປະທານໃຫ່ຍບໍລິສັດ ແອັດແລນຕິກ ອິນເຕີແນເຊີນແນວ ກຣູບ ຈໍາກັດຜູ້ດຽວ ໃນໄລຍະ 01 ປີ ມາເຖິງ ວັນທີ 07 ສິງຫາ 2020 ທີ່ຫ້ອງປະຊຸມໃຫ່ຍ ຊັ້ນ4 ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ທັງສອງຝ່າຍໄດ້ຈັດພິທີລົງນາມສືບຕໍ່ ເຊັນສັນຍາຮ່ວມມື ໃນໂຄງການກໍ່ສ້າງສວນວິທະຍາສາດ ແລະ ພຶກສາສາດ    ໃນໄລຍະ ເວລາ 25 ປີ  ໂດຍການໃຫ້ກຽດເປັນສັກຄີພະຍານໃນການລົງນາມ ແມ່ນ ທ່ານ ບັນດິດ ສາດສະດາຈານ ບໍວຽງຄໍາ ວົງດາລາ ລັດຖະມົນຕີ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ສປປ ລາວ.

          ພາຍຫຼັງສໍາເລັດການລົງນາມຂອງສອງຝ່າຍແລ້ວ ໃນວັນທີ 8 ຕຸລາ 2020 ໄດ້ຈັດພິທີວາງສິລາລຶກ ຢູ່ທີ່ ບ້ານຫ້ວຍໂຄ້ງ ແມ່ນແກ້ວອຸດົມ ແຂວງວຽງຈັນ ເພື່ອດໍາເນີນການກໍ່ສ້າງໃນໂຄງການສ້າງສວນວິທະຍາສາດ ແລະ ພຶກສາ ສາດ ໂດຍການໃຫ້ກຽດເຂົ້າຮ່ວມພິທີ ແລະ ວາງສິລາລຶກ ຊຶ່ງ ປະກອບມີ ທ່ານ ບັນດິດ ສາດສະດາຈານ ບໍວຽງຄໍາ ວົງດາລາ ລັດຖະມົນຕີ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ສປປ ລາວ, ທ່ານ ຄໍາພັນ ສິດທິດໍາພາ ເຈົ້າແຂວງໆ ວຽງຈັນ ແລະ ທ່ານປະທານບໍລິສັດ ແອັດແລນຕິກ ອິນເຕີແນເຊີນແນວ ກຣູບ ຈໍາກັດຜູ້ດຽວ, ບັນດາແຂກທີ່ເຂົ້າຮ່ວມ ປະກອບມີ ທ່ານຮອງລັດຖະມົນຕີ, ທ່ານຮອງເຈົ້າແຂວງ, ຕາງໜ້າທ່ານເອອັກຄະລະສະທູດ ຜູ້ມີອໍານາດເຕັມແຫ່ງສະຫະພັນຣັດເຊຍ, ບັນດາທ່ານຫົວໜ້າຫ້ອງການ, ກົມ ແລະ ສະຖາບັນ ອ້ອມຂ້າງກະຊວງວິທະຍາສາດ ແລະ ເຕັກໂນໂລຊີ, ທ່ານເຈົ້າເມືອງ, ພະແນກການອ້ອມຂ້າງ ແຂວງວຽງຈັນ ແລະ ອໍານາດການປົກຄອງບ້ານເຂົ້າຮ່ວມ.