ວັນທີ່ 1 ມີຖຸນາ 2024 ທີ່ຜ່ານມາ ທາງສວນວິທະຍາສາດ ແລະ ພຶກສາສາດ ໄດ້ຕ້ອນຮັບຄະນະຊາວໝຸ່ມແຂວງ, ພະແນກຊັບພະຍາກອນທຳມະຊາດ ແລະ ສີ່ງແວດລ້ອມ, ພະແນກສຶກສາທິການ ແລະ ກິລາ ແຂວງວຽງຈັນ ສ້າງຂະບວນຂັບຮັບຕ້ອນ ແລະ ສະເຫຼີມສະຫຼອງວັນເດັກນ້ອຍສາກົນ ຄົບຮອບ 99 ປີ ແລະ ວັນປູກຕົ້ນໄມ້ແຫ່ງຊາດ ຄົບຮອບ 44 ປີ ທັງເປັນການສຶກສາອົບຮົມ ແລະ ປູກຈິດສຳນຶກໃຫ້ແກ່ເຍົາວະຊົນທັນວາໄດ້ທັດສະນະຢ້ຽມຊົມເພື່ອສຶກສາຄົ້ນຄວ້າຮ່ຳຮຽນຄວາມຮູ້.