ກຳມະການສຳຮອງສູນກາງພັກ, ປະທານອົງການກວດສອບແຫ່ງລັດ ພ້ອມດ້ວຍຄະນະ ໄດ້ລົງຢ້ຽມຢາມສວນວິທະຍາສາດ ແລະ ພຶກສາສາດ

ໃນລະຫວ່າງວັນທີ 09 ກັນຍາ 2024 ທີ່ຜ່ານມາ…ທາງສວນຂອງພວກເຮົາໄດ້ຮັບຕ້ອນ ທ່ານ ວຽງທະວີສອນ ເທບພະຈັນ ກຳມະການສຳຮອງສູນກາງພັກ, ປະທານອົງການກວດສອບແຫ່ງລັດ ພ້ອມດ້ວຍຄະນະເຖິງແມ່ນວ່າສວນຂອງພວກເຮົາຍັງບໍ່ທັນສຳເລັດສົມບູນ 100% ແຕ່ເພິ່ນກໍ່ເຫັນໄດ້ຄວາມສຳຄັນ ແລະ ໃຫ້ກຽດມາຢ້ຽມຢາມສວນຂອງພວກເຮົາ.ຂໍຂອບໃຈບັນດາພາກສ່ວນຕ່າງໆທີ່ມາຢ້ຽມຢາມຄັ້ງນີ້

0 Comments

ຄະນະຊາວໝຸ່ມແຂວງ, ພະແນກຊັບພະຍາກອນທຳມະຊາດ ແລະ ສີ່ງແວດລ້ອມ, ພະແນກສຶກສາທິການ ແລະ ກິລາ ແຂວງວຽງຈັນ ສ້າງຂະບວນຂັບຮັບຕ້ອນ ແລະ ສະເຫຼີມສະຫຼອງວັນເດັກນ້ອຍສາກົນ ຄົບຮອບ 99 ປີ ແລະ ວັນປູກຕົ້ນໄມ້ແຫ່ງຊາດ ຄົບຮອບ 44 ປີ

ວັນທີ່ 1 ມີຖູນາ 2024 ທີ່ຜ່ານມາ ທາງສວນວິທະຍາສາດ ແລະ ພຶກສາສາດ ໄດ້ຕ້ອນຮັບຄະນະຊາວໝຸ່ມແຂວງ, ພະແນກຊັບພະຍາກອນທຳມະຊາດ ແລະ ສີ່ງແວດລ້ອມ, ພະແນກສຶກສາທິການ ແລະ ກິລາ ແຂວງວຽງຈັນ ສ້າງຂະບວນຂັບຮັບຕ້ອນ ແລະ ສະເຫຼີມສະຫຼອງວັນເດັກນ້ອຍສາກົນ ຄົບຮອບ 99 ປີ ແລະ ວັນປູກຕົ້ນໄມ້ແຫ່ງຊາດ ຄົບຮອບ 44 ປີ ທັງເປັນການສຶກສາອົບຮົມ ແລະ ປູກຈິດສຳນຶກໃຫ້ແກ່ເຍົາວະຊົນທັນວາໄດ້ທັດສະນະຢ້ຽມຊົມເພື່ອສຶກສາຄົ້ນຄວ້າຮ່ຳຮຽນຄວາມຮູ້.…

0 Comments

ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ໄດ້ລົງຢ້ຽມຢາມສວນວິທະຍາສາດ ແລະ ພຶກສາສາດ

               ໃນຕອນເຊົ້າ ຂອງວັນທີ 16 ທັນວາ 2021 ທ່ານ ຫົວໜ້າຫ້ອງການສະພາວິທະຍາສາດແຫ່ງຊາດ, ຫົວຫນ້າສະຖາບັນການຄົ້ນຄວ້າວິທະຍາສາດ ແລະ ນະວັດຕະກຳ ກະຊວງສຶກສາທິການ ແລະ ກິລາ ພ້ອມດ້ວຍຄະນະໄດ້ເປັນກຽດຕິດຕາມ ແລະ ນຳພາທາງ ທ່ານ ຮສ. ປອ ພຸດ ສິມມາລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະ…

0 Comments

ທ່ານ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ລົງເຄື່ອນໄຫວຕິດຕາມຄວາມຄືບໜ້າໂຄງການກໍ່ສ້າງ ຢູ່ ສວນວິທະຍາສາດ ແລະ ພຶກສາສາດ ທີ່ ບ້ານຫ້ວຍໂຄ້ງ, ເມືອງແກ້ວອຸດົມ ແຂວງວຽງຈັນ

       ທ່ານ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ລົງເຄື່ອນໄຫວຕິດຕາມຄວາມຄືບໜ້າໂຄງການກໍ່ສ້າງ ຢູ່ ສວນວິທະຍາສາດ ແລະ ພຶກສາສາດ ທີ່ ບ້ານຫ້ວຍໂຄ້ງ, ເມືອງແກ້ວອຸດົມ ແຂວງວຽງຈັນ         ໃນຕອນເຊົ້າຂອງວັນທີ 28 ກໍລະກົດ 2021 ເວລາ 09:30 ໂມງ, ທ່ານ ປອ…

0 Comments