ໃນຕອນເຊົ້າ ຂອງວັນທີ 16 ທັນວາ 2021 ທ່ານ ຫົວໜ້າຫ້ອງການສະພາວິທະຍາສາດແຫ່ງຊາດ, ຫົວຫນ້າສະຖາບັນການຄົ້ນຄວ້າວິທະຍາສາດ ແລະ ນະວັດຕະກຳ ກະຊວງສຶກສາທິການ ແລະ ກິລາ ພ້ອມດ້ວຍຄະນະໄດ້ເປັນກຽດຕິດຕາມ ແລະ ນຳພາທາງ ທ່ານ ຮສ. ປອ ພຸດ ສິມມາລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ. ເພື່ອລົງຕິດຕາມຄວາມຄືບຫນ້າໂຄງການກໍ່ສ້າງສວນວິທະຍາສາດ ແລະ ພຶກສາສາດ ທີ່ບ້ານ ຫ້ວຍໂຄ້ງ, ເມືອງ ແກ້ວອຸດົມ, ແຂວງວຽງຈັນ. ໂດຍການເປັນກຽດຕ້ອນຮັບຂອງທ່ານ ພູວົງ ສຸ້ຍຍະວົງ ປະທານ ບໍລິສັດແອັດແລນຕິກ ອິນເຕີເນເຊີເເນວ ກຣຸບ ຈຳກັດຜູ້ດຽວ, ເຊິ່ງປະທານບໍລິສັດໄດ້ສະເໜີປະຫວັດຄວາມເປັນມາ, ຮັບຊົມວິດີໂອໃນການກໍ່ສ້າງສວນວິທະຍາສາດ ແລະ ພຶກສາສາດ ພ້ອມດຽວກັນນັ້ນກໍ່ໄດ້ນຳພາ ທ່ານ ລັດຖະມົນຕີ ພ້ອມດ້ວຍຄະນະລົງຢ້ຽມຊົມຄວາມຄືບໜ້າການກໍ່ສ້າງຕ່າງໆເຊັ່ນ: ທ້ອງຟ້າຈຳລອງ, ຫໍໍເບິ່ງດາວ, ສວນໄມ້ປະດັບ, ສວນໄມ້ກິນໜາກ ແລະ ອື່ນໆ.
ຫລັງຈາກນັ້ນ ທ່ານ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ໄດ້ໃຫ້ກຽດໂອ້ລົມ ແລະໃຫ້ທິດຊີ້ນໍາຕໍ່ການຈັດຕັ້ງປະຕິບັດຂອງໂຄງການໃນຕໍ່ໜ້າ ໂດຍສະເພາະໄດ້ເນັ້ນໜັກໃຫ້ສືບຕໍ່ກໍ່ສ້າງຂອງແຕ່ລະໜ້າວຽກງານໂຄງການໃຫ້ສຳເລັດເພື່ອຈະເປັນການ ປະກອບສ່ວນຕໍ່ການສຶກສາຮຽນຮູ້ວຽກງານ ວິທະຍາສາດ ແລະ ພຶກສາສາດໄປຄຽງຄູ່ກັບການພັດທະຍາເສດຖະກິດ-ສັງຄົມ ໄປເທື່ອລະກ້າວໃຫ້ເກີດມີປະສິດທິພາບ ແລະ ປະສິຕິຜົນສູງສຸດ.