ທ່ານ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ລົງເຄື່ອນໄຫວຕິດຕາມຄວາມຄືບໜ້າໂຄງການກໍ່ສ້າງ ຢູ່ ສວນວິທະຍາສາດ ແລະ ພຶກສາສາດ ທີ່ ບ້ານຫ້ວຍໂຄ້ງ, ເມືອງແກ້ວອຸດົມ ແຂວງວຽງຈັນ

You are currently viewing ທ່ານ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ລົງເຄື່ອນໄຫວຕິດຕາມຄວາມຄືບໜ້າໂຄງການກໍ່ສ້າງ ຢູ່ ສວນວິທະຍາສາດ ແລະ ພຶກສາສາດ ທີ່ ບ້ານຫ້ວຍໂຄ້ງ, ເມືອງແກ້ວອຸດົມ ແຂວງວຽງຈັນ

       ທ່ານ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ລົງເຄື່ອນໄຫວຕິດຕາມຄວາມຄືບໜ້າໂຄງການກໍ່ສ້າງ ຢູ່ ສວນວິທະຍາສາດ ແລະ ພຶກສາສາດ ທີ່ ບ້ານຫ້ວຍໂຄ້ງ, ເມືອງແກ້ວອຸດົມ ແຂວງວຽງຈັນ

        ໃນຕອນເຊົ້າຂອງວັນທີ 28 ກໍລະກົດ 2021 ເວລາ 09:30 ໂມງ, ທ່ານ ປອ ສຸລິອຸດົງ ສູນດາລາ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ທ່ານ ນ. ແກ້ວໄພວັນ ດວງສະຫວັນ ຫົົວໜ້າຫ້ອງການ ສະພາວິທະຍາສາດ ແຫ່ງຊາດ ກະຊວງສຶກສາທິການ ແລະ ກິລາ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຕິດຕາມຄວາມຄືບໜ້າໂຄງການກໍ່ສ້າງ ສວນວິທະຍາສາດ ແລະ ພຶກສາສາດ ຢູ່ທີ່ ບ້ານຫ້ວຍໂຄ້ງ, ເມືອງແກ້ວອຸດົມ, ແຂວງວຽງຈັນ.

        ເນື່ອງໃນໂອກາດລົງເຄື່ອນໄຫວວຽກງານໃນຄັ້ງນີ້ໄດ້ໃຫ້ກຽດຕ້ອນຮັບໂດຍ: ທ່ານ ພູວົງ ສູ້ຍຍະວົງ ປະທານບໍລິສັດ ແອັດແລນຕິກ ອິນເຕີເນເຊີນແນວ ກຣູບ ຈຳກັດຜູ້ດຽວ ທັງເປັນປະທານສວນວິທະຍາສາດ ແລະ ພຶກສາສາດ ພ້ອມດ້ວຍພະນັກງານປະຈໍາຢູ່ສະໜາມ, ທ່ານປະທານສວນວິທະຍາສາດ ແລະ ພຶກສາສາດ  ໄດ້ສະແດງຄວາມຍີນດີຕ້ອນຮັບ ທ່ານ ປອ ສຸລິອຸດົງ ສູນດາລາ ພ້ອມດ້ວຍຄະນະຕິດຕາມ ແລະ ໄດ້ລາຍງານປະຫວັດຄວາມເປັນມາ, ຄວາມໝາຍຄວາມສໍາຄັນຂອງໂຄງການ ສະພາບການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານໃນແຕ່ລະໄລຍະ, ຮູບຮ່າງໂຄງສ້າງຂອງການກໍ່ສ້າງເປັນຕົ້ນແມ່ນ ທ້ອງຟ້າຈໍາລອງ, ຫໍຊົມດາວ, ອາຄານຕ່າງໆ ແລະ ການປູກພືດ, ດອກໄມ້ແຕ່ລະຊະນິດ ຢ້ຽມຊົມຄວາມຄືບໜ້າການກໍ່ສ້າງໂຄງການໃນແຕ່ລະໂຊນ ຂອງສວນ ເພື່ອເປັນການສື່ເຖິງສວນຮຽນຮູ້ທາງດ້ານວິທະຍາສາດຂອງຍຸກສະໄໝໃໝ່. 

      ພາຍຫລັງການຢ້ຽມຊົມຕິດຕາມຄວາມຄືບໜ້າແລ້ວຍັງຈັດກອງປະຊຸມປຶກສາຫາລືກັນວາງແຜນວຽກງານໃນຕໍ່ໜ້າ, ທ່ານ ຮອງລັດຖະມົນຕີ ສສກ ຍັງໄດ້ມີຄໍາເຫັນ ແລະ ຍ້ອງຍໍຊົມເຊີຍໃນການຈັດຕັ້ງວຽກງານໂຄງການກໍ່ສ້າງໃນໄລຍະຜ່ານມາ ແລະ ໄດ້ໃຫ້ທິດຊີ້ນໍາໃນການຈັດຕັ້ງປະຕິບັດໂຄງການໃນຕໍ່ໜ້າໃຫ້ເກີດຜົນສໍາເລັດ ແລະ ມີປະສິດທິຜົນສູງອີກດ້ວຍ.

ພາບ ແລະ ຂ່າວ: ພຂຄ/ຫສວຊ