ສວນວິທະຍາສາດ ແລະ ພຶກສາສາດ ຈັດພິທີປູກຕົ້ນໄມ້ເນື່ອງໃນວັນເດັກນ້ອຍສາກົນ ແລະ ວັນປູກຕົ້ນໄມ້ແຫ່ງຊາດ

ສວນວິທະຍາສາດ ແລະ ພຶກສາສາດ ຈັດພິທີປູກຕົ້ນໄມ້ເນື່ອງໃນວັນເດັກນ້ອຍສາກົນ ແລະ ວັນປູກຕົ້ນໄມ້ແຫ່ງຊາດ

ເພື່ອເປັນການປະຕິບັດຈາມໜຶ່ງໃນແຜນພັດທະນາສວນວິທະຍາສາດ ແລະ ພຶກສາສາດເປັນພື້ນທີ່ສີຂຽວ ແລະ ຮົ່ມເຢັນ. ໃນຕອນເຊົ້າຂອງວັນທີ 29 ພຶດສະພາ 2026 ນີ້. ສວນວິທະຍາສາດ ແລະ ພຶດສາສາດ ໄດ້ຈັດພິທີສະເຫຼີມສະຫຼອງວັນປູກຕົ້ນໄມ້ແຫາງຊາດຄົບຮອບ 46 ປິ ແລະ ວັນເດັກນ້ອຍສາກົນຄົບຮອບ 102 ປີຢ່າງເປັນທາງການ. ເປັນກຽດເຂົ້າຮ່ວມໂດຍ ທ່ານ ພູວົງ ບຸນຊູ ປະທານຄະນະກຳມະການປົກຄອງແຂວງວຽງຈັນ, ພ້ອມດ້ວຍຄະນະນຳຂັ້ນແຂວງ, ພະນັກງານ, ຄູ-ອາຈານ, ນັກຂ່າວ ແລະ ນັກຮຽນພາຍໃນໂຮງຮຽນອ້ອມຂ້າງເຂົ້າຮ່ວມຢ່າງພ້ອມພຽງ.

ໃນພິທີ, ທ່ານ ພູວົງ ສຸ້ຍຍະວົງ ຜູ້ອຳນວຍການໃຫຍ່ ສວນວິທິທະຍາສາດ ແລະ ພຶກສາສາດ ໄດ້ກ່າວຕ້ອນຮັບ ແລະ ສະແດງຄວາມຂອບໃຈຢ່າງສູງຕໍ່ການນຳພັກ-ລັດທີ່ໄດ້ໃຫ້ຄວາມສຳຄັນ ແລະ ສະຫຼະເວລາອັນມີຄ່າເຂົ້າຮ່ວມງານ ທ່ານໄດ້ເນັ້ນເຖິງຄວາມສຳຄັນຂອງປ່າໄມ້ທີ່ບໍ່ພຽງແຕ່ເປັນ “ປອດຂອງໂລກ” ເທົ່ານັ້ນ ແຕ່ຍັງເປັນແຫຼ່ງຊັບພະຍາກອນອັນລ້ຳຄ່າທີ່ສ້າງອາຊີບ ແລະ ລາຍຮັບໃຫ້ແກ່ປະຊາຊົນບັນດາເຜົ່າ ພ້ອມດຽວກັນນີ້ທ່ານຍັງໄດ້ຍົກໃຫ້ເຫັນເຖິງຄວາມໝາຍອັນເລິກເຊິ່ງຂອງວັນປູກຕົ້ນໄມ້ແຫ່ງຊາດ (ວັນທີ1 ມິຖຸນາ) ທີ່ເວລາກໍ່ກົງກັບວັນເດັກນ້ອຍສາກົນເຊິ່ງເປັນການເຊື່ອງໂຍງລະຫວ່າງອານາຄົດຂອງຊາດ ແລະ ອານາຄົດຂອງທຳມະຊາດ ໂດຍການປຽບເດັກນ້ອຍ ແລະ ເຍົາວະຊົນເປັນດັ່ງ “ດອກໄມ້ຂອງຊາດ” ທີ່ຕ້ອງໄດ້ຮັບການປູກຝັງຈິດສຳນຶກຮັກທຳມະຊາດ ແລະ ປ່າໄມ້ຕັ້່ງແຕ່ເຍົາໄວນັ້ນກໍ່ຄືການລົງທຶນແບບຍື່ນຍົງເພື່ອຮັກສາ “ຄຳຂຽວຂອງຊາດ” ໃຫ້ຍືນຍາວ