ກຳມະການສຳຮອງສູນກາງພັກ, ປະທານອົງການກວດສອບແຫ່ງລັດ ພ້ອມດ້ວຍຄະນະ ໄດ້ລົງຢ້ຽມຢາມສວນວິທະຍາສາດ ແລະ ພຶກສາສາດ

ໃນລະຫວ່າງວັນທີ 09 ກັນຍາ 2024 ທີ່ຜ່ານມາ…ທາງສວນຂອງພວກເຮົາໄດ້ຮັບຕ້ອນ ທ່ານ ວຽງທະວີສອນ ເທບພະຈັນ ກຳມະການສຳຮອງສູນກາງພັກ, ປະທານອົງການກວດສອບແຫ່ງລັດ ພ້ອມດ້ວຍຄະນະເຖິງແມ່ນວ່າສວນຂອງພວກເຮົາຍັງບໍ່ທັນສຳເລັດສົມບູນ 100% ແຕ່ເພິ່ນກໍ່ເຫັນໄດ້ຄວາມສຳຄັນ ແລະ ໃຫ້ກຽດມາຢ້ຽມຢາມສວນຂອງພວກເຮົາ.ຂໍຂອບໃຈບັນດາພາກສ່ວນຕ່າງໆທີ່ມາຢ້ຽມຢາມຄັ້ງນີ້

0 Comments

ຄະນະຊາວໝຸ່ມແຂວງ, ພະແນກຊັບພະຍາກອນທຳມະຊາດ ແລະ ສີ່ງແວດລ້ອມ, ພະແນກສຶກສາທິການ ແລະ ກິລາ ແຂວງວຽງຈັນ ສ້າງຂະບວນຂັບຮັບຕ້ອນ ແລະ ສະເຫຼີມສະຫຼອງວັນເດັກນ້ອຍສາກົນ ຄົບຮອບ 99 ປີ ແລະ ວັນປູກຕົ້ນໄມ້ແຫ່ງຊາດ ຄົບຮອບ 44 ປີ

ວັນທີ່ 1 ມີຖູນາ 2024 ທີ່ຜ່ານມາ ທາງສວນວິທະຍາສາດ ແລະ ພຶກສາສາດ ໄດ້ຕ້ອນຮັບຄະນະຊາວໝຸ່ມແຂວງ, ພະແນກຊັບພະຍາກອນທຳມະຊາດ ແລະ ສີ່ງແວດລ້ອມ, ພະແນກສຶກສາທິການ ແລະ ກິລາ ແຂວງວຽງຈັນ ສ້າງຂະບວນຂັບຮັບຕ້ອນ ແລະ ສະເຫຼີມສະຫຼອງວັນເດັກນ້ອຍສາກົນ ຄົບຮອບ 99 ປີ ແລະ ວັນປູກຕົ້ນໄມ້ແຫ່ງຊາດ ຄົບຮອບ 44 ປີ ທັງເປັນການສຶກສາອົບຮົມ ແລະ ປູກຈິດສຳນຶກໃຫ້ແກ່ເຍົາວະຊົນທັນວາໄດ້ທັດສະນະຢ້ຽມຊົມເພື່ອສຶກສາຄົ້ນຄວ້າຮ່ຳຮຽນຄວາມຮູ້.…

0 Comments