ໃນຕອນເຊົ້າ ຂອງວັນທີ 5 ມີນາ 2021 ທີ່ຜ່ານມາ ຫ້ອງການສະພາວິທະຍາສາດແຫ່ງຊາດພ້ອມດ້ວຍຄະນະ ໄດ້ສົມທົບກັບຄະນະພະແນກວິທະຍາສາດ ແລະ ເຕັກໂນໂລຊີ ແຂວງວຽງຈັນ ໄດ້ນໍາພາການນໍາຂອງ ແຂວງວຽງຈັນ ລົງຕິດຕາມການເຄື່ອນໄຫວຄວາມຄືືບໜ້າໂຄງການກໍ່ສ້າງສວນວິທະຍາສາດ ແລະ ຮັບຟັງການສະເໜີການຈັດວາງແຕ່ລະພື້ນທີ່ຂອງສວນວິທະຍາສາດ ແລະ ພຶກສາສາດ ທີ່ບ້ານຫ້ວຍໂຄ້ງ ເມືອງແກ້ວອຸດົມ ແຂວງວຽງຈັນໂດຍການຮັບຈາກປະທານ ພູວົງ ສຸ້ຍຍະວົງ ປະທານບໍລິສັດ ໄດ້ເວົ້າເຖິງຄວາມຄືບໜ້າຂອງການກໍ່ສ້າງຫລາຍໜ້າວຽກເຊັ່ນ: ຫໍຊົມດາວ, ສວນໄມ້ປະດັບ ແລະ ອື່ນໆ.
ຫລັງຈາກນັ້ນ ທ່ານ ພູວົງ ບຸນຊູ ຮອງເຈົ້າແຂວງ ແຂວງວຽງຈັນ ໄດ້ໃຫ້ທິດຊີ້ນຳຕໍ່ການຈັດຕັ້ງປະຕິບັດຂອງໂຄງການໃນຕໍ່ໜ້າ ເພື່ອໃຫ້ມີປະສິດທິຜົນສູງ ໂດຍສະເພາະເພີ່ນໄດ້ເນັ້ນໜັກໃຫ້ສືບຕໍ່ກໍ່ສ້າງຂອງແຕ່ລະໜ້າວຽກງານຂອງໂຄງການໃຫ້ສຳເລັດຈະເປັນການ ປະກອບສ່ວນຕໍ່ການພັດທະນາເສດຖະກິດ-ສັງຄົມ ທີ່ໃຫຍ່ທີ່ສຸດຂອງແຂວງ ຂອງເມືອງ ເປັນຕົ້ນກໍ່ແມ່ນບັນລຸຕາມເປົ້າໝາຍຂອງບໍລິສັດ ດັ່ງກ່າວ.