ເຜີຍແຜ່ສ້າງຈິດສຳນຶກທາງດ້ານວຽກງານດາລາສາດທີ່ ໂຮງຮຽນ ມສ ສະຫວັນ, ບ້ານ ສຸນັນທາ, ນະຄອນໄກສອນພົມວິຫານ, ແຂວງສະຫວັນນະເຂດ

You are currently viewing ເຜີຍແຜ່ສ້າງຈິດສຳນຶກທາງດ້ານວຽກງານດາລາສາດທີ່ ໂຮງຮຽນ ມສ ສະຫວັນ, ບ້ານ ສຸນັນທາ, ນະຄອນໄກສອນພົມວິຫານ, ແຂວງສະຫວັນນະເຂດ

ໃນຕອນບ່າຍ ວັນທີ 24-25 ກຸມພາ 2021 ທີ່ຜ່ານມາ ຫ້ອງການສະພາ ວິທະຍາສາດ ແຫ່ງຊາດ, ກະຊວງວິທະຍາສາເດ ແລະ ເຕັກໂນໂລຊີ(ກວຕ) ໄດ້ລົງເຄື່ອນໄຫວຈັດກິດຈະກຳ “ເຜີຍແຜ່ສ້າງຈິດສຳນຶກທາງດ້ານວຽກງານດາລາສາດ” ຈັດຂຶ້ນທີ່ ໂຮງຮຽນ ມສ ສະຫວັນ, ບ້ານ ສຸນັນທາ, ນະຄອນໄກສອນພົມວິຫານ, ແຂວງ ສະຫວັນນະເຂດນໍາພາໂດຍທ່ານ ສົມສັກ ອາລຸນສະຫວັດ ຫົວໜ້າພະແນກຂໍ້ມູນຂ່າວສານ ການຄົ້ນຄວ້າ, ຫ້ອງການສະພາວິທະຍາສາດ ແຫ່ງຊາດ ພ້ອມດ້ວຍທີມງານວິຊາການສວນວິທະຍາສາດ ແລະ ພຶກສາສາດ ຈຳນວນໜຶ່ງ, ກ່າວເປີດພິທີ ໂດຍທ່ານ ແກ່ນຕາ ແກ້ວສຸເດືອນ ວ່າການຜູ້ອຳນວຍການ ມສ ສະຫວັນ ພ້ອມດ້ວຍບັນດາຄູ-ອາຈານ ຊາວໜຸ່ມ-ເຍົາວະຊົນ ຈາກໂຮງຮຽນມັດທະຍົມສົມບູນ ມສ ສະຫວັນເຂົ້າຮ່ວມ 40 ຄົນ, ໂຮງຮຽນມັດທະຍົມສົມບູນ ອຸດົມວິໄລ ເຂົ້າຮ່ວມ 40 ຄົນ ແລະ ໂຮງຮຽນມັດທະຍົມສົມບູນ ໂພນສະຫວັນ 40 ຄົນ ລວມນັກຮຽນທັງໝົດທີ່ເຂົ້າຮ່ວມ 120 ຄົນ. ຈຸດປະສົງຂອງການຈັດກິດຈະກຳໃນຄັ້ງນີ້ ແມ່ນເພື່ອເປັນການໂຄສະນາ ແລະ ເຜີຍແຜ່ສ້າງຈິດສຳນຶກທາງດ້ານວຽກງານດາລາສາດຂອງ ສວນວິທະຍາສາດ ແລະ ພຶກສາສາດ.