ໃນຕອນບ່າຍ ວັນທີ 25 ກຸມພາ 2021 ເວລາ 13:30ໂມງ, ທີ່ຜ່ານມາ ຫ້ອງການສະພາ ວິທະຍາສາດ ແຫ່ງຊາດ, ກະຊວງວິທະຍາສາເດ ແລະ ເຕັກໂນໂລຊີ(ກວຕ) ໄດ້ລົງເຄື່ອນໄຫວຈັດກິດຈະກຳ “ເຜີຍແຜ່ສ້າງຈິດສຳນຶກທາງດ້ານວຽກງານດາລາສາດ” ຈັດຂຶ້ນທີ່ ໂຮງຮຽນ ມສສະຫວັນ, ບ້ານ ສຸນັນທາ, ເມືອງ ໄກສອນ, ແຂວງ ສະຫວັນນະເຂດ. ຊຶ່ງນໍາພາໂດຍ ທ່ານ ແກ້ວອຸທອນ ລຸນແສງຈັນ ຮອງຫົວໜ້າຫ້ອງການສະພາວິທະຍາສາດ ແຫ່ງຊາດ ແລະ ທ່ານ ນາງ ບາແກ້ວ ສຸວັນນະລາດ ຮອງຫົວໜ້າຫ້ອງການສະພາວິທະຍາສາດ ແຫ່ງຊາດ ພ້ອມດ້ວຍທີມງານວິຊາການຈາກຫ້ອງການສະພາ ວິທະຍາສາດ ແຫ່ງຊາດ ຈຳນວນໜຶ່ງ.
ກວ່າເປີດພິທີ ທ່ານ ແກ່ນຕາ ແກ້ວສຸເດືອນ ວ່າການຜູ້ອຳນວຍການ ມສ ສະຫວັນ ບັນດາຄູ-ອາຈານ ແລະ ນັກຮຽນ ຈາກໂຮງຮຽນມັດທະຍົມສົມບູນ ມສ ສະຫວັນເຂົ້າຮ່ວມ 40 ຄົນ, ໂຮງຮຽນມັດທະຍົມສົມບູນ ອຸດົມວິໄລ ເຂົ້າຮ່ວມ 40 ຄົນ ແລະ ໂຮງຮຽນມັດທະຍົມສົມບູນ ໂພນສະຫວັນ 40 ຄົນ ລວມທັງໝົດມີນັກຮຽນເຂົ້າຮ່ວມ 120 ຄົນ. ທ່ານ ພານຸພົງ ສິດທິພົງ ໄດ້ສະເໜີຄວາມຮູ້ພື້ນຖານກ່ຽວກັບວຽກງານດາລາສາດ ແລະ ໄດ້ມີການເຮັດ ກິດຈະກໍາ ຖາມ-ຕອບ ແລະ ໄດ້ເຮັດກິດຈະກໍາ ວິທະຍາສາດ ແລະ ດາລາສາດ. ເຊິງເຫັນວ່າຄູ ແລະ ນັກຮຽນໄດ້ມີບັນຍາກາດຟົດຟືນ ມີຄວາມສົນໃຈ ແລະ ຕັ້ງໃຈຮັບຟັງຕໍ່ການນໍາສະເໜີຂອງນັກວິຊາການເປັນຢ່າງດີ. ຫລັງຈາກນັ້ນໄດ້ມີການຊົມວິດີໂອຂອງສວນວິທະຍາສາດ ແລະ ພຶກສາສາດ. ທ່ານ ສົມສັກ ອາລຸນສະຫວັດ ໄດ້ນໍາສະເໜີຂອງແຕ່ລະກິດຈະກຳຂອງສວນ ແລະ ນອກຈາກນັນຍັງໄດ້ເຮັດກິດຈະກັບການສ່ອງເບິ່ງດາວຕົວຈິງໃນຍາມກາງຄືນ. ແລ້ວກໍ່ໄດ້ພາກັນຈັດກຸ່ມເພື່ອເຮັດກິດຈະກຳລະບາຍສີ ແລະ ບັ້ນດິນເປັນດາວ.
ຈຸດປະສົງຂອງການຈັດກິດຈະກຳໃນຄັ້ງນີ້ ແມ່ນເພື່ອເປັນການໂຄສະນາ ແລະ ເຜີຍແຜ່ສ້າງຈິດສໍານຶກທາງດ້ານວຽກງານ ວິທະຍາສາດ ແລະ ດາລາສາດ ທັງເປັນການສົ່ງເສີມໃຫ້ເຂົາເຈົ້າມີຈິນຕະນາການ, ມີຫົວຄິດປະດິດສ້າງທາງດ້ານແນວຄວາມຄິດການພັດທະນາໄປທາງດ້ານວິທະຍາສາດ ທີ່ທັນສະໄໝໃນອະນາຄົດ. ພ້ອມນັ້ນ, ກໍເພື່ອສ້າງໂອກາດໃຫ້ນັກຮຽນໄດ້ສະແດງຄວາມກ້າຫານ, ກ້າຄິດ, ກ້າສະແດງອອກ ແລະ ແບ່ງປັນແນວຄິດຈິນຕະນາການເພື່ອເສີມສ້າງຄວາມຮູ້ໃໝ່ໆ ກ່ຽວກັບວຽກງານວິທະຍາສາດ ແລະ ດາລາສາດ ເຮັດໃຫ້ນັກຮຽນນໍາເອົາໄປໝູນໃຊ້ເຂົ້າໃນວຽກງານຕົວຈິງໃນອະນາຄົດ.